ສະມາຄົມ ພັດທະນາ ກະສິກຳ ແລະ ສິ່ງແວດລ້ອມ ແບບຍືນຍົງ
Sustainable Agriculture & Environment Development Association
ສກສຍ, ສະມາຄົມພັດທະນາກະສິກຳ ແລະ ສິ່ງແວດລ້ອມແບບຍືນຍົງ (ສືບຕໍ່ຈາກກຸ່ມກະສິກຳຍືນຍົງກຍຍ ໄດ້ກໍ່ຕັ້ງຂື້ນໃນປີ 1991 ພາຍໄຕ້ອົງການສະມາຊິກ ແລະ CUSOLaos) ແມ່ນອົງການພັດທະນາ ທາງສັງຄົມທີ່ບໍ່ຫວັງຜົນກຳໄລ ໄດ້ກໍ່ຕັ້ງຂື້ນໃນປີ 2007 ໃນ ສປປ ລາວ. ສກສຍ ມີພາລະກິດໃນການສົ່ງເສີມຊຸມຊົນດ້ວຍການພັດທະນາແບບຍືນຍົງ. ສກສກ ໄດ້ສຸມໃສ່ 4 ແຜນງານຫຼັກຄື: 1/.ກະສິ ກຳຍືນຍົງ, 2/.ອະນຸລັກສິ່ງແວດລ້ອມ, 3/.ອາຫານປອດໄພ ແລະ 4/.ອົງການຈັດຕັ້ງຊາວກະສິກອນ ກັບ 2 ແຜນງານສະໜັບສະໜູນຄື: 5/.ການລະດົມທຶນ ແລະ ການຕະຫຼາດ, ແລະ 6/.ພັດທະນາ ຂໍ້ມູນຂ່າວສານ, ການຄົ້ນຄວ້າ ແລະ ເຜີຍແຜ່.
ວິໃສທັດ
ວິໃສທັດ: ສກສຍ ພັດທະນາອະນາຄົດຂອງຊຸມຊົນລາວ ເພື່ອການປັບປຸງຊີວິດການເປັນຢູ່ແບບຍືນຍົງ ໃນການຄຳ້ປະກັນທາງດ້ານສະບຽງອາຫານ ແລະ ໂພສະນາ ການ ດ້ວຍການພັດທະນາກະສິກຳແບບຍືນຍົງ ທີ່ຕິດພັນກັບການອະນຸລັກຊັບພະຍາກອນສິ່ງແວດລ້ອມ.
ພາລະກິດ
ພາລະກິດ: ສກສຍ ສົ່ງເສີມກະສິກຳ ແລະ ອະນຸລັກສິ່ງແວດລ້ອມແບບຍືນຍົງ ດ້ວຍການພັດທະນາຄວາມສາມາດ ແລະ ການສ້າງລາຍຮັບ ໂດຍການນຳໃຊ້ ວິທີການ ແບບມີສ່ວນຮ່ວມທີ່ເໝາະສົມ ໃຫ້ຊຸມຊົນລາວທີ່ທຸກຍາກ ໂດຍສະເພາະ ແມ່ນຊາວກະສິກອນຂະໜາດນ້ອຍ, ແມ່ຍິງ, ເດັກນ້ອຍ, ໄວໝຸ່ມ ແລະ ຊົນເຜົ່າ.
ຈຸດປະສົງ
- ປະກອບສ່ວນ ໃນການບັນລຸເປັ້າຫໝາຍການພັດທະ ນາແບບຍືນຍົງ (SDG’s), ແຜນພັດທະນາ ເສດຖະ ກິດ-ສັງຄົມ ແລະ ຍຸດທະສາດການລຶບລ້າງຄວາມ ທຸກຍາກແຫ່ງຊາດ (NGPES), ແລະ ຍຸດທະສາດ ການຮ່ວມມືໃນພາກພື້ນ ແລະ ສາກົນ.
- ພັດທະນາກະສິກຳແບບຍືນຍົງ ແລະ ແລກປ່ຽນເຕັກ ນິກທີ່ເໝາະສົມ ເພື່ອປັບປຸງຜົນຜະລິດ, ຮັກສາສຸຂະ ພາຍ ແລະ ການສ້າງລາຍຮັບ.
- ພັດທະນາຄວາມສາມາດຂອງຊາວກະສີກອນ, ຫ້ອງ ການຄູ່ຮ່ວມງານພາກລັດ, ນັກສົ່ງເສີມ ໃນລະດັບ ທ້ອງຖິ່ນ, ລະດັບຊາດ ແລະ ສາກົນ ດ້ວຍການນຳ ໃຊ້ກົນໄກການມີສ່ວນຮ່ວມທີ່ເໝາະສົມ.
- ສ້າງຊາວກະສິກອນຕົວແບບ, ນຳໃຊ້ລະບົບການ ຖ່າຍທອດຄວາມຮູ້ສູ່ຊາວກະສິກອນດ້ວຍກັນ, ສ້າງ ອົງການຈັດຕັ້ງຊາວກະສິກອນ ເພື່ອເຊື່ອມຕໍ່ເຄືອ ຂ່າຍ ແລະ ການເຂົ້າເຖິງການຕະຫຼາດພາຍໃນ ແລະ ຕ່າງປະເທດ.
- ຄົ້ນຄວ້າ, ພັດທະນາກົນໄກ ແລະ ການເຂົ້າເຖິງເຄື່ອງ ມື ແລະ ຂໍ້ມູນຂ່າວສານທີ່ເໝາະສົມ.
ສະໜັບສະໜູນ ສກສຍ
- ເປັນຄູ່ຮ່ວມງານດ້ານທຶນຮອນ ໃຫ້ແກ່ໂຄງການຂອງ ສກສຍ.
- ສະໜັບສະໜູນກິດຈະກຳ ໃນການສ້າງຄວາມຮູ້ຄວາມສາ ມາດໃຫ້ແກ່ ສກສຍ ແລະ ຊຸມຊົນ.
- ສະໜັບສະໜູນເຄື່ອງມື ແລະ ຊັບພະຍາກອນຕ່າງໆ ຮັບໃຊ້ ໃນວຽກງານ ແລະ ຊຸມຊົນ.
- ຊື້ຜະລິດຕະພັນຂອງຊາວກະສິກອນ.
Sustainable Agriculture and Environment Development Association (SAEDA)
Office: ASEAN Mall Building No: C4, Ban Phonthan, Xaysettha District, Vientiane Capital, Lao PDR
P.O. Box: 4881
+ (856 (0) 21) 264-290
Email: saedalao@gmail.com
Website: saedalaos.org
Facebook: saedalao and SAEDA LAO
